GSMເປີດໂຕບໍລິການແທັກຊີໄຟຟ້າໃນລາວແນໃສ່ສົ່ງເສີມການເດີນທາງດ້ວຍພາຫະນະສີຂຽວໃນອາຊີຕາເວັນອອກສ່ຽງໃຕ້
ນະຄອນຫຼວງວຽງຈັນ, ວັນທີ 9 ພະຈິກ 2023 – ບໍລິສັດຫຸ້ນສ່ວນ Green and Smart Mobility (GSM) ຂອງຫວຽດນາມ ໄດ້ເປີດໂຕບໍລິການລົດແທັກຊີໄຟຟ້າບໍລິສຸດ ໃນນະຄອນຫຼວງວຽງຈັນ, ສປປ ລາວ, ພາຍໃຕ້ກົດໝາຍສິນຄ້າ “Xanh SM”. ໃນການຂະຫຍາຍຕະຫຼາດອອກສູ່ຕ່າງປະເທດແຫ່ງທໍາອິດ ຖືເປັນບາດກ້າວໜຶ່ງ ໃນຍຸດທະສາດ “Go Green Global” ຫຼື “ການດໍາເນີນທຸລະກິດທີ່ເປັນມິດກັບສິ່ງແວດລ້ອມໂລກ” ຂອງບໍລິສັດ GSM ເພື່ອສ້າງຕົນໃຫ້ ກາຍເປັນບໍລິສັດບໍລິການຂົນສົ່ງໄຟຟ້າສາກົນ ກ້າວໄປສູ່ການນໍາສະເໜີການເຄື່ອນທີ່ສີຂຽວອອກສູ່ສາກົນ.
ລົດແທັກຊີ ແຊັງເອັດສ໌ເອັມ ລາວ (Xanh SM Laos) ໄດ້ຢຶດໝັ້ນແນວທາງໂດຍເອົາລູກຄ້າເປັນໃຈກາງຂອງຫຸ້ນສ່ວນ ຫວຽດນາມ ແລະ ໃຫ້ຄໍາໝັ້ນສັນຍາທີ່ຈະໃຫ້ບໍລິການຂົນສົ່ງທີ່ເປັນມິດກັບສິ່ງແວດລ້ອມ. ບໍລິສັດມີຄວາມມຸ່ງໝັ້ນທີ່ຈະໃຫ້ບໍລິການລູກຄ້າດ້ວຍພາຫະນະໄຟຟ້າບໍລິສຸດ 100% ບວກກັບມາດຕະຖານການບໍລິການລູກຄ້າລະດັບ 5 ດາວ ລວມທັງຄຸນນະພາບຂອງລົດຍົນລະດັບພຣີມຽມ, ພ້ອມທີມຂັບລົດມືອາຊີບ ທີ່ປະກອບສ່ວນເຂົ້າໃນການຍົກລະດັບມາດຕະຖານການບໍລິການຂົນສົ່ງຜູ້ໂດຍສານໃນ “ດິນແດນລ້ານຊ້າງ”.

ນັບແຕ່ວັນທີ 9 ພະຈິກ 2023 ເປັນຕົ້ນໄປ, ປະຊາຊົນໃນນະຄອນຫຼວງວຽງຈັນ ແລະ ນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາທ່ຽວລາວ ຈະສາມາດເຂົ້າເຖິງວິທີການຈອງບໍລິການລົດແທັກຊີຜ່ານແອັບພລີເຄຊັນ Xanh SM ລາວ ທີ່ສະດວກສະບາຍ. ເຊິ່ງສາມາດດາວໂຫຼດແອັບພລີເຄຊັນດັ່ງກ່າວດ້ວຍວິທີງ່າຍໆຈາກ App Store ແລະ Play Store. ນອກຈາກນີ້, ລູກຄ້າຍັງມີທາງເລືອກໃນການເອີ້ນແທັກຊີຕາມຖະໜົນໄດ້ໂດຍກົງ. ສໍາລັບຂໍ້ມູນຂອງເສັ້ນທາງ ແລະ ລາຄາໂດຍສານຂອງການເດີນທາງໃນແຕ່ລະສາຍ ແມ່ນຈະຖືກເປີດເຜີຍຢ່າງໂປ່ງໃສ ເພື່ອຊ່ວຍໃຫ້ເກີດຄວາມຈະແຈ້ງ ແລະ ສະດວກສະບາຍ.
ເບື້ອງຕົ້ນ, ແທັກຊີ Xanh SM ລາວ ຈະນໍາໃຊ້ລົດໄຟຟ້າ VinFast VF 5 Plus ສີຂຽວຟ້າ ອັນເປັນເອກະລັກສໍາລັບກຸ່ມລົດແທັກຊີ. ປັດຈຸບັນ, ບໍລິສັດດໍາເນີນທຸລະກິດໃນນະຄອນຫຼວງວຽງຈັນເປັນຫຼັກ ເຊິ່ງມີແຜນຈະນໍາເຂົ້າພາຫະນະເພີ່ມເປັນ 1,000 ຄັນ ແລະ ຂະຫຍາຍໄປຍັງເມືອງທ່ອງທ່ຽວທີ່ມີຊື່ສຽງ ເຊັ່ນ ເມືອງວັງວຽງ (ແຂວງວຽງຈັນ) ລວມທັງແຂວງ ແລະ ເມືອງອື່ນໆ ເຊັ່ນ ຫຼວງພະບາງ, ສະຫວັນນະເຂດ ແລະ ຈໍາປາສັກ ໃນອະນາຄົດອັນໃກ້.

Xanh SM ລາວ ກໍາລັງວາງແຜນຂະຫຍາຍທຸລະກິດໄປທົ່ວປະເທດ ແລະ ຄາດວ່າຈະສ້າງໂອກາດໃນການມີວຽກເຮັດງານທໍາໃໝ່ໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ເປັນຈໍານວນຫຼາຍພັນຕໍາແໜ່ງ. ໂອກາດເຫຼົ່ານີ້ໄດ້ມອບຄວາມຫວັງໃນການພັດທະນາສາຂາອາຊີບທີ່ໜ້າສົນໃຈ ແລະ ເຂົ້າຮ່ວມໂດຍບໍ່ຈໍາເປັນຕ້ອງໃຊ້ເງິນລົງທຶນເບື້ອງຕົ້ນ ໃນຂະນະທີ່ມີລາຍຮັບທີ່ເໝາະສົມ ພ້ອມໄດ້ຮັບການຝຶກອົບຮົມວິຊາຊີບນໍາອີກ. ໂດຍສະເພາະກໍແມ່ນ ພະນັກງານຂັບລົດ Xanh SM ແຕ່ລະຄົນຈະໄດ້ຮັບການພັດທະນາເປັນ “ຕົວແທນສີຂຽວ” ເຊື່ອມຕໍ່ລູກຄ້າໂດຍກົງກັບກາໝາຍສິນຄ້າ ແລະ ປະກອບສ່ວນເສີມຂະຫຍາຍພາບລັກທີ່ເປັນມິດຕໍ່ສິ່ງແວດລ້ອມຂອງລາວ.
ນອກຈາກການໃຫ້ບໍລິການຂົນສົ່ງທີ່ມີຄຸນນະພາບສູງ ແລະ ບໍ່ມີການປ່ອຍອາຍພິດເຮືອນແກ້ວແລ້ວ, GSM ຍັງມີເປົ້າໝາຍທີ່ຈະກະຕຸ້ນການນໍາໃຊ້ພາຫະນະໄຟຟ້າໃນວົງກວ້າງ ໂດຍຜ່ານການພັດທະນາລະບົບນິເວດການບໍລິການເຄື່ອນທີ່ສີຂຽວ, ລວມທັງການໃຫ້ເຊົ່າລົດໄຟຟ້າ ແລະ ການບໍລິການຂັ້ນສູງ ເຊັ່ນ ການຈອງລົດເປັນແພັກເກັດ, ຈອງລົດທ່ອງທ່ຽວ ແລະ ການເຊົ່າລົດສ່ວນຕົວ. ດ້ວຍການນໍາໃຊ້ວິທີການແບບລວມນີ້, GSM ຈິ່ງໄດ້ເຮັດວຽກເພື່ອໃຊ້ປະໂຫຍດຈາກປະສົບການໂດຍລວມຂອງການຄົມມະນາຄົມແບບຮັກໂລກ ແລະ ເຮັດໃຫ້ທຸກຄົນສາມາດເຂົ້າເຖິງລະບົບຂັບເຄື່ອນດ້ວຍໄຟຟ້າໄດ້.

ທ່ານ ຫງວຽນວັນແທງ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ GSM ກ່າວວ່າ: “ການເປີດໂຕຂອງ Xanh SM ລາວ ແມ່ນຂີດໝາຍຂອງຄວາມສໍາເລັດຄັ້ງພິເສດທີ່ເປັນຈຸດເລີ່ມຕົ້ນຂອງການເດີນທາງແຫ່ງບາດກ້າວການຂະຫຍາຍທຸລະກິດໄປທົ່ວໂລກຂອງບໍລິສັດ GSM. ພວກເຮົາຈະທໍາການສຶກສາສໍາຫຼວດ ແລະ ສ້າງສັນສິ່ງໃໝ່ໆຢ່າງຕໍ່ເນື່ອງ ເພື່ອສ້າງການປະສົມປະສານວັດທະນະທໍາທ້ອງຖິ່ນທີ່ເປັນເອກະລັກ ເຂົ້າກັບມາດຕະຖານການບໍລິການລະດັບສາກົນ ໂດຍໃຫ້ຄໍາໝັ້ນສັນຍາວ່າ ຈະມອບປະສົບການທີ່ດີເລີດໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ລວມທັງນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາລາວ. ຄວາມສໍາເລັດຂອງ Xanh SM ລາວ ຈະເປັນບາດກ້າວ ທີ່ເອື້ອອໍານວຍ ສຳລັບ GSM ເພື່ອຂະຫຍາຍທົ່ວໂລກ. GSM ພ້ອມກັບ VinFast ຈະປະກອບສ່ວນປະຕິບັດ ຈຸດໝາຍຊຸກຍູ້ການຄົມມະນາຄົມຂຽວໃນໂລກ, ດ້ວຍການປູທາງໄປສູ່ອະນາຄົດທີ່ດີ ແລະ ຍືນຍົງຫຼາຍຂຶ້ນ ສໍາລັບທຸກຄົນ.”
GSM ໄດ້ຮັບການສ້າງຕັ້ງ ແລະ ເລີ່ມດຳເນີນໃນເດືອນ ເມສາ 2023 ຢູ່ ຫວຽດນາມ ໃນຮູບແບບການຂົນສົ່ງສີຂຽວຫຼາຍຊ່ອງທາງບໍລິການແຫ່ງທໍາອິດຂອງໂລກ ເຊິ່ງດໍາເນີນງານດ້ວຍພາຫະນະໄຟຟ້າ 100%. ພາຍຫຼັງການເຄື່ອນໄຫວພຽງ 6 ເດືອນ, GSM ໄດ້ບັນລຸການເຕີບໂຕຢ່າງຍິ່ງໃຫຍ່, ໂດຍໃຫ້ບໍລິການຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 6 ລ້ານຖ້ຽວ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ບໍລິໂພກ ແລະ ຫົວໜ່ວຍຂົນສົ່ງ.
ພາຍຫຼັງປະສົບຄວາມສໍາເລັດໃນປະເທດລາວ, GSM ມີກໍານົດຈະຂະຫຍາຍຢ່າງວ່ອງໄວໄປສູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ຄວາມສາມາດຂອງບໍລິສັດໃນການນໍາສະເໜີບໍລິການຈອງລົດ.
ຜ່ານຫຼາຍຊ່ອງທາງບໍລິການ ໄດ້ແກ່: ຜ່ານແອັບ, ຜ່ານສູນບໍລິການສາຍດ່ວນ ແລະ ເອີ້ນໂດຍກົງຕາມເສັ້ນທາງ ສົ່ງຜົນໃຫ້ບໍລິສັດມີຄວາມໄດ້ປຽບທາງການແຂ່ງຂັນທີ່ສໍາຄັນ ທັງໃນຕະຫຼາດພາກພື້ນ ແລະ ສາກົນ. ຄວາມສາມາດຫຼັກເຫຼົ່ານີ້ ຈະມີຄວາມສໍາຄັນຢ່າງໃຫຍ່ຫຼວງເພື່ອເຮັດໃຫ້ GSM ເລັ່ງຍຸດທະສາດ “Go Green Global” ໂດຍກໍານົດທິດທາງໃນການກ້າວຂຶ້ນເປັນໜຶ່ງໃນຜູ້ໃຫ້ບໍລິການການຈອງລົດໂດຍສານລະດັບໂລກ ທີ່ມີທ່າແຮງເຕີບໂຕໄດ້ດີທີ່ສຸດໃນພາກພື້ນໃນອະນາຄົດ.
ລູກຄ້າສາມາດອ່ານຂໍ້ມູນເພີ່ມເຕີມກ່ຽວກັບແທັກຊີໄຟຟ້າXanhSMໃນລາວຜ່ານເວັບໄຊ: https://www.xanhsm.com/laos/ ຫຼື ດາວໂຫຼດແອັບ Xanh SM ລາວ ຜ່ານລິ້ງຕໍ່ໄປນີ້:
• Android: https://bit.ly/XanhSMLaos1
• iOS: https://bit.ly/XanhSMLaos2

ວັນທີ 9 ພະຈິກ 2024 ຢູ່ທີ່ນະຄອນຫຼວງວຽງຈັນ Xanh SM ( ແຊງ ເອັສເອັມ) ໄດ້ມີການຈັດກິດຈະກໍາ ສະເຫຼີມສະຫຼອງຄົບຮອບ 1 ປີ ໃນການເປິດໃຫ້ບໍລິການຢ່າງເປັນທາງການຂອງ Xanh SM ( ແຊງ ເອັສເອັມ) ຢູ່ປະເທດລາວ. ໃນໂອກາດນີ້ກໍ່ໄດ້ມີໂປຣໂມຊັ່ນພິເສດເພື່ອສົມມະນາຄຸນໃຫ້ແກ່ລູກຄ້າທີ່ໃຊ້ບໍລິການໃນໄລຍະເວລາຜ່ານມາ, ພາຍໃຕ້ຄໍາຂັວນທີ່ວ່າ: “ເດີນທາງດ້ວຍລົດ Xanh (ແຊງ) ເພື່ອສະເຫຼີມສະຫຼອງວັນຄົບຮອບ Xanh (ແຊງ)” ໃນໄລຍະບຸນນະມັດສະການພະທາດຫຼວງວຽງຈັນປີນີ້ມີໂປໂມຊັນສ່ວນຫຼຸດສູງສຸດເຖິງ 30% ແລະ ຂອງຂວັນທີ່ໜ້າສົນໃຈຫຼາຍຢ່າງໃຫ້ແກ່ລູກຄ້າທີ່ເຂົ້າມາຮ່ວມງານ. ນັບຕັ້ງແຕ່ ວັນທີ 10 ພະຈິກ ຫາ 15 ພະຈິກ 2024, ລູກຄ້າທີ່ເຂົ້າຮ່ວມງານບຸນນະມັດສະການພະທາດທາດຫຼວງຈະໄດ້ພົບກັບບູດຂອງ Xanh SM (ແຊງ ເອັສເອັມ) ເຊິ່ງໃນງານກໍ່ຈະໄດ້ພົບກັບຫຼາກຫຼາຍກິດຈະກໍາເຊັ່ນ: ທຸກທ່ານສາມາດດາວໂຫຼດແອັບ Xanh SM (ແຊງ ເອັສເອັມ) ແລະ ລົງທະບຽນແອັບ ຢູ່ບູດຂອງ […]

ບັດແຊັງອີເລັກໂທຣນິກ (“Xanh – eCard”) ແມ່ນວິທີຊຳລະເງິນທີ່ສະດວກ ແລະ ປະຫຍັດສຳລັບລູກຄ້າເໃຊ້ບໍລິການຈອງລົດ ຂອງ Xanh SM. ລູກຄ້າສາມາດໃຊ້ບໍລິການໄດ້ຢ່າງປອດໄພດ້ວຍວິທີຊຳລະພິເສດທີ່ມີພຽງແຕ່ໃຊ້ບັດ Xanh – eCard ເທົ່ານັ້ນ. ບັດແຊັງອີເລັກໂທຣນິກ, ເຊິ່ງເອີ້ນກັນວ່າ “Xanh – eCard” ແມ່ນບັດອອນໄລນ໌ຂອງ Xanh SM ທີ່ສາມາດຕື່ນເງິນລ່ວງຫນ້າ ຫຼື ຕື່ມເງິນຈາກບັດ Gift Card ທີ່ສາມາດນໍາໃຊ້ເພື່ອຊຳລະຄ່າບໍລິການທີ່ສະຫນອງໃຫ້ໂດຍ Xanh SM ເທົ່ານັ້ນ. ບັດແຊັງເອເລັກໂຕຼນິກແມ່ນໃຊ້ໄດ້ສະເພາະໃນແຂວງ, ເມືອງຂອງປະເທດລາວທີ່ມີບໍລິການຂອງ Xanh SM ເທົ່ານັ້ນ ແລະ ບໍ່ໄດ້ລວມເອົາບັນດາແຂວງ, ເມືອງທີ່ດຳເນີນໂດຍພາກສ່ວນທີສາມ. 1. ຕື່ມເງິນໃສ່ບັດແຊັງເອເລັກໂຕຣນິກ: 2. ແລກຄະແນນຈາກບັດຂອງຂວັນແຊັງ (Xanh Gift Card) 3. ເພື່ອການນຳໃຊ້ບັດແຊັງເອເລັກໂຕຣນິກ, ກະລຸນາເຮັດຕາມຂັ້ນຕອນຕໍ່ໄປນີ້: 4. ທ່ານຈະຖືກຫັກເງິນຖ້າສໍາເລັດຖ້ຽວໄປ. ໃນກໍລະນີທີ່ຖ້ຽວໄປຖືກຍົກເລີກ, ທ່ານຈະໄດ້ຄືນເງິນໂດຍອັດຕະໂນມັດ. Xanh […]

ແຂວງຈໍາປາສັກ, ສປປ ລາວ, ວັນທີ 05/04/2024 – ຕໍ່ດ້ວຍຜົນສໍາເລັດດ້ານການບໍລິການລົດແທັກຊິໄຟຟ້າຢູ່ນະຄອນຫຼວງວຽງຈັນ, ເມືອງທ່ອງທ່ຽວວັງວຽງ ແລະ ແຂວງສະຫວັນນະເຂດ, ແຊັງເອັດສເອັມ ໄດ້ເປີດບໍລິການລົດແທັກຊີໄຟຟ້າຢູ່ ແຂວງຈໍາປາສັກ ຢ່າງເປັນທາງການ. ການລົງໄປພາກໃຕ້ໃນຄັ້ງນີ້ ຍັງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດ ຕໍ່ກັບເປົ້າໝາຍຄວາມນິຍົມຂອງລົດໄຟຟ້າ ແລະ ການປົກປັກຮັກສາສິ່ງແວດລ້ອມໃນດິນແດນລາວລ້ານຊ້າງອີກດ້ວຍ. ຕັ້ງແຕ່ວັນທີ 5 ເມສາ 2024, ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວທີ່ມາທ່ອງທ່ຽວ ແຂວງຈໍາປາສັກ ສາມາດນໍາໃຊ້ບໍລິການລົດແທັກຊີ ທີ່ໃຊ້ພະລັງງານໄຟຟ້າ 100%, ດ້ວຍມາດຕະຖານການບໍລິການລະດັບ 5 ດາວ, ຄຸນນະພາບທີ່ໂດດເດັ່ນ, ມີທີມງານຂັບລົດເປັນມືອາຊີບ ແລະ ເຂົ້າເຖິງປະຊາຊົນຄົນທ້ອງຖິ່ນ. ລູກຄ້າສາມາດເອີ້ນຈອງລົດໄດ້ງ່າຍໆຜ່ານແອັບພລິເຄຊັ່ນ Xanh SM Laos, ຂໍ້ມູນກ່ຽວການເດີນທາງ ແລະ ຄ່າໂດຍສານແມ່ນໄດ້ແຈ້ງໃຫ້ລູກຄ້າເຫັນແບບເປີດເຜີຍ ແລະ ໂປ່ງໃສໃນທຸກຖ້ຽວຂອງການເດີນທາງ, ຕິດຕໍ່ສາຍດ່ວນ 021 988 888 ຫຼື ເອີ້ນຈອງລົດທີ່ມີໄຟສັນຍານສີຂຽວເທິງລົດໄດ້ໂດຍກົງຕາມທ້ອງຖະໜົນ. ເພື່ອເປັນການຕ້ອນຮັບການເປີດສາຂາໃໝ່ ພ້ອມກັບຕ້ອນຮັບມື້ສະເຫຼີມສະຫຼອງບຸນປີໃໝ່ລາວທີ່ຈະມາເຖິງນີ້, ແຊັງເອັດສເອັມລາວ […]

ແຂວງສະຫວັນນະເຂດ, ສປປ ລາວ, ວັນທີ01/03/2024 –ພາຍຫຼັງເປີດໃຫ້ບໍລິການຢູ່ສາຂານະຄອນຫຼວງວຽງຈັນ ແລະ ເມືອງທ່ອງທ່ຽວວັງວຽງ, ບໍລິສັດ Xanh SM Laos ໄດ້ຂະຫຍາຍການບໍລິການລົດແທັກຊີໄຟຟ້າຢ່າງເປັນທາງການໃນແຂວງສະຫວັນນະເຂດ.ເຊິ່ງບໍ່ພຽງແຕ່ເປັນຂີດໝາຍບາດກ້າວແຫ່ງການຈະເລີນເຕີບໂຕຂອງເຄື່ອງໝາຍການຄ້າ Xanh SM ເທົ່ານັ້ນ, ແຕ່ຍັງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດຕໍ່ກັບເປົ້າໝາຍຄວາມນິຍົມຂອງລົດໄຟຟ້າ ແລະ ການປົກປັກຮັກສາສິ່ງແວດລ້ອມໃນປະເທດລາວລ້ານຊ້າງອີກດ້ວຍ. ດັ່ງທີ່ກ່າວມານັ້ນ, ແຕ່ວັນທີ 1 ມີນາ 2024, ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວທີ່ມາທ່ອງທ່ຽວແຂວງສະຫວັນນະເຂດ ສາມາດໃຊ້ບໍລິການລົດແທັກຊີທີ່ໃຊ້ພະລັງງານໄຟຟ້າ 100%, ດ້ວຍມາດຕະຖານບໍລິການ 5 ດາວ, ຄຸນນະພາບທີ່ໂດດເດັ່ນ ແລະ ມີທີມງານຂັບລົດເປັນມືອາຊີບ. ລູກຄ້າສາມາດເອີ້ນຈອງລົດໄດ້ງ່າຍໆຜ່ານແອັບ ພລິເຄຊັ່ນ Xanh SM Laos, ຕິດຕໍ່ສາຍດ່ວນ 021 988 888 ຫຼື ເອີ້ນຈອງລົດໄດ້ໂດຍກົງຕາມທ້ອງຖະໜົນ. ຂໍ້ມູນກ່ຽວການເດີນທາງ ແລະ ຄ່າໂດຍສານແມ່ນໄດ້ແຈ້ງໃຫ້ລູກຄ້າເຫັນແບບເປີດເຜີຍ ແລະ ໂປ່ງໃສໃນທຸກຖ້ຽວຂອງການເດີນທາງ. ເພື່ອເປັນການຕ້ອນຮັບການເປີດສາຂາໃໝ່ນີ້, Xanh SM Laos ຈະມີໂປຣໂມຊັ່ນສຸດພິເສດ […]