ວິທີການຈອງແທັກຊີ Xanh SM ແບບງ່າຍໆ ແລະ ມີປະສິດທິພາບ: ກໍລະນີສຶກສາ
ບົດຄວາມສະບັບນີ້ຈະເຈາະເລິກເລື່ອງຄວາມສົນໃຈຂອງລູກຄ້າຕໍ່ການບໍລິການລົດແທັກຊີໄຟຟ້າຂອງ Xanh SM ເຊິ່ງໂດດເດັ່ນດ້ວຍປະສົບການແຫ່ງການເດີນທາງຄຸນນະພາບລະດັບ 5 ດາວ ທີ່ບໍ່ມີກິ່ນ ແລະບໍ່ມີສຽງລົບກວນ. ຈາກການສຶກສາສໍາຫຼວດສາມວິທີການທີ່ກົງໄປກົງມາ ແລະ ຄວາມໄວໃນການຈອງແທັກຊີ Xanh SM.
ນັບແຕ່ມື້ເປີດໂຕຢ່າງເປັນທາງການໃນວັນທີ 14 ເມສາເປັນຕົ້ນມາ, ແທັກຊີ Xanh SM ໄດ້ສ້າງຄວາມສົນໃຈຈາກປະສົບການແຫ່ງການເດີນທາງທີ່ເປັນເອກະລັກບໍ່ຄືໃຜ ແລະ ໄດ້ຂະຫຍາຍການດໍາເນີນທຸລະກິດໄປສູ່ແຂວງຕ່າງໆທົ່ວປະເທດ. ນອກຈາກຄຸນສົມບັດທີ່ແຕກຕ່າງໃນສ່ວນກ່ຽວຂ້ອງກັບປະສົບການແຫ່ງການເດີນທາງແລ້ວ, ວິທີການຈອງແທັກຊີທີ່ຫຼາກຫຼາຍ ຍັງເປັນອີກປັດໄຈໜຶ່ງທີ່ເຮັດໃຫ້ແທັກຊີ Xanh SM ສາມາດຄອງໃຈລູກຄ້າໄດ້.

1. ວິທີການຈອງແທັກຊີ Xanh SM
1.1. ການຈອງດ້ວຍແອັບ ຜ່ານແອັບພລີເຄຊັນ Taxi Xanh SM
ແອັບພລີເຄຊັນ Taxi Xanh SM ຊ່ວຍໃຫ້ການຈອງລົດແທັກຊີໄຟຟ້າມີຄວາມສະດວກສະບາຍ ແລະ ວ່ອງໄວຜ່ານສະມາດໂຟນ. ເນື່ອງຈາກມີຕົວປະສານທີ່ໃຊ້ງານງ່າຍຄ້າຍຄືກັບແອັບຈອງລົດໂດຍສານທີ່ຂັບເຄື່ອນດ້ວຍເຕັກໂນໂລຢີອື່ນໆ, ແທັກຊີ Xanh SM ຊ່ວຍໃຫ້ລູກຄ້າສາມາດຈອງລົດໄດ້ຢ່າງວ່ອງໄວ ຜ່ານການຕິດຕາມເສັ້ນທາງທີ່ຖືກຕ້ອງ ແລະ ການຄາດຄະເນລາຄາໂດຍສານທີ່ແມ່ນຢໍາ.
ເມື່ອຕິດຕັ້ງແອັບສໍາເລັດແລ້ວ, ລູກຄ້າສາມາດປະຕິບັດຕາມຂັ້ນຕອນເຫຼົ່ານີ້ເພື່ອຈອງລົດແທັກຊີ Xanh SM:
ຂັ້ນຕອນທີ 1: ເຂົ້າສູ່ແອັບພລີເຄຊັ່ນ Taxi Xanh SM, ປ້ອນຈຸດໝາຍປາຍທາງ ແລະ ຈຸດຮັບ. ຈາກນັ້ນໜ້າຈໍຈະສະແດງຕົວເລືອກສໍາລັບປະເພດບໍລິການ: GreenCar (ລົດໄຟຟ້າ VinFast, VinFast VF 5 Plus ເປັນຕົ້ນ).
ຂັ້ນຕອນທີ 2: ເລືອກ “ໂປຣໂມຊັນ” ເພື່ອຮັບສ່ວນຫຼຸດສໍາລັບການເດີນທາງຂອງທ່ານ
ຂັ້ນຕອນທີ 3: ພາຍຫຼັງຕັ້ງຄ່າສໍາເລັດແລ້ວ, ໃຫ້ກົດປຸ່ມ “Book Taxi” ທີ່ດ້ານລຸ່ມເພື່ອສິ້ນສຸດການຈອງ. ໃນຂັ້ນຕອນນີ້, ລະບົບຈະບັນທຶກຄໍາຂໍການຈອງລົດຂອງລູກຄ້າ ແລະ ດໍາເນີນການຈັດສົ່ງພາຫານະຕາມຄວາມຕ້ອງການທີ່ລູກຄ້າລະບຸໄວ້.
1.2. ການຈອງທາງໂທລະສັບແບບດັ້ງເດີມຜ່ານສູນບໍລິການສາຍດ່ວນແທັກຊີ Xanh SM
ນອກຈາກການຈອງຜ່ານແອັບແລ້ວ, ລູກຄ້າສາມາດເລືອກວິທີດັ້ງເດີມຜ່ານສູນບໍລິການທາງໂທລະສັບຂອງ ແທັກຊີ Xanh SM. ທ່ານພຽງແຕ່ກົດເບີໂທສາຍດ່ວນທົ່ວປະເທດທີ່ເບີ – 1900 2088, ລູກຄ້າສາມາດປະຕິບັດຕາມຄໍາແນະນໍາທີ່ໃຫ້ໄວ້ເພື່ອຈອງລົດແທັກຊີ.
1.3. ການເອີ້ນແທັກຊີໂດຍກົງຕາມເສັ້ນທາງ
ລູກຄ້າມີທາງເລືອກໃນການເອີ້ນແທັກຊີ Xanh SM ໄດ້ໂດຍກົງຕາມເສັ້ນທາງ, ໂດຍສະເພາະຈາກລົດທີ່ສະແດງໄຟສີຂຽວ. ແທັກຊີ Xanh SM ມັກປາກົດໃນພື້ນທີ່ສາທາລະນະໃນເຂດຕົວເມືອງ ເພື່ອຕອບສະໜອງຄວາມຕ້ອງການດ້ານການຂົນສົ່ງສາທາລະນະ.
ຜ່ານການສໍາຫຼວດວິທີການຈອງທີ່ຫຼາກຫຼາຍເຫຼົ່ານີ້ ໄດ້ໃຫ້ຂໍ້ມູນສໍາຄັນກ່ຽວກັບຍຸດທະສາດທີ່ແທັກຊີ Xanh SM ໄດ້ນໍາໃຊ້ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າຫຼາຍປະເພດ ແລະ ມີສ່ວນຊ່ວຍເຮັດໃຫ້ບໍລິການແທັກຊີໄຟຟ້າປະສົບຄວາມສໍາເລັດໂດຍລວມ.

ວັນທີ 9 ພະຈິກ 2024 ຢູ່ທີ່ນະຄອນຫຼວງວຽງຈັນ Xanh SM ( ແຊງ ເອັສເອັມ) ໄດ້ມີການຈັດກິດຈະກໍາ ສະເຫຼີມສະຫຼອງຄົບຮອບ 1 ປີ ໃນການເປິດໃຫ້ບໍລິການຢ່າງເປັນທາງການຂອງ Xanh SM ( ແຊງ ເອັສເອັມ) ຢູ່ປະເທດລາວ. ໃນໂອກາດນີ້ກໍ່ໄດ້ມີໂປຣໂມຊັ່ນພິເສດເພື່ອສົມມະນາຄຸນໃຫ້ແກ່ລູກຄ້າທີ່ໃຊ້ບໍລິການໃນໄລຍະເວລາຜ່ານມາ, ພາຍໃຕ້ຄໍາຂັວນທີ່ວ່າ: “ເດີນທາງດ້ວຍລົດ Xanh (ແຊງ) ເພື່ອສະເຫຼີມສະຫຼອງວັນຄົບຮອບ Xanh (ແຊງ)” ໃນໄລຍະບຸນນະມັດສະການພະທາດຫຼວງວຽງຈັນປີນີ້ມີໂປໂມຊັນສ່ວນຫຼຸດສູງສຸດເຖິງ 30% ແລະ ຂອງຂວັນທີ່ໜ້າສົນໃຈຫຼາຍຢ່າງໃຫ້ແກ່ລູກຄ້າທີ່ເຂົ້າມາຮ່ວມງານ. ນັບຕັ້ງແຕ່ ວັນທີ 10 ພະຈິກ ຫາ 15 ພະຈິກ 2024, ລູກຄ້າທີ່ເຂົ້າຮ່ວມງານບຸນນະມັດສະການພະທາດທາດຫຼວງຈະໄດ້ພົບກັບບູດຂອງ Xanh SM (ແຊງ ເອັສເອັມ) ເຊິ່ງໃນງານກໍ່ຈະໄດ້ພົບກັບຫຼາກຫຼາຍກິດຈະກໍາເຊັ່ນ: ທຸກທ່ານສາມາດດາວໂຫຼດແອັບ Xanh SM (ແຊງ ເອັສເອັມ) ແລະ ລົງທະບຽນແອັບ ຢູ່ບູດຂອງ […]

ບັດແຊັງອີເລັກໂທຣນິກ (“Xanh – eCard”) ແມ່ນວິທີຊຳລະເງິນທີ່ສະດວກ ແລະ ປະຫຍັດສຳລັບລູກຄ້າເໃຊ້ບໍລິການຈອງລົດ ຂອງ Xanh SM. ລູກຄ້າສາມາດໃຊ້ບໍລິການໄດ້ຢ່າງປອດໄພດ້ວຍວິທີຊຳລະພິເສດທີ່ມີພຽງແຕ່ໃຊ້ບັດ Xanh – eCard ເທົ່ານັ້ນ. ບັດແຊັງອີເລັກໂທຣນິກ, ເຊິ່ງເອີ້ນກັນວ່າ “Xanh – eCard” ແມ່ນບັດອອນໄລນ໌ຂອງ Xanh SM ທີ່ສາມາດຕື່ນເງິນລ່ວງຫນ້າ ຫຼື ຕື່ມເງິນຈາກບັດ Gift Card ທີ່ສາມາດນໍາໃຊ້ເພື່ອຊຳລະຄ່າບໍລິການທີ່ສະຫນອງໃຫ້ໂດຍ Xanh SM ເທົ່ານັ້ນ. ບັດແຊັງເອເລັກໂຕຼນິກແມ່ນໃຊ້ໄດ້ສະເພາະໃນແຂວງ, ເມືອງຂອງປະເທດລາວທີ່ມີບໍລິການຂອງ Xanh SM ເທົ່ານັ້ນ ແລະ ບໍ່ໄດ້ລວມເອົາບັນດາແຂວງ, ເມືອງທີ່ດຳເນີນໂດຍພາກສ່ວນທີສາມ. 1. ຕື່ມເງິນໃສ່ບັດແຊັງເອເລັກໂຕຣນິກ: 2. ແລກຄະແນນຈາກບັດຂອງຂວັນແຊັງ (Xanh Gift Card) 3. ເພື່ອການນຳໃຊ້ບັດແຊັງເອເລັກໂຕຣນິກ, ກະລຸນາເຮັດຕາມຂັ້ນຕອນຕໍ່ໄປນີ້: 4. ທ່ານຈະຖືກຫັກເງິນຖ້າສໍາເລັດຖ້ຽວໄປ. ໃນກໍລະນີທີ່ຖ້ຽວໄປຖືກຍົກເລີກ, ທ່ານຈະໄດ້ຄືນເງິນໂດຍອັດຕະໂນມັດ. Xanh […]

ແຂວງຈໍາປາສັກ, ສປປ ລາວ, ວັນທີ 05/04/2024 – ຕໍ່ດ້ວຍຜົນສໍາເລັດດ້ານການບໍລິການລົດແທັກຊິໄຟຟ້າຢູ່ນະຄອນຫຼວງວຽງຈັນ, ເມືອງທ່ອງທ່ຽວວັງວຽງ ແລະ ແຂວງສະຫວັນນະເຂດ, ແຊັງເອັດສເອັມ ໄດ້ເປີດບໍລິການລົດແທັກຊີໄຟຟ້າຢູ່ ແຂວງຈໍາປາສັກ ຢ່າງເປັນທາງການ. ການລົງໄປພາກໃຕ້ໃນຄັ້ງນີ້ ຍັງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດ ຕໍ່ກັບເປົ້າໝາຍຄວາມນິຍົມຂອງລົດໄຟຟ້າ ແລະ ການປົກປັກຮັກສາສິ່ງແວດລ້ອມໃນດິນແດນລາວລ້ານຊ້າງອີກດ້ວຍ. ຕັ້ງແຕ່ວັນທີ 5 ເມສາ 2024, ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວທີ່ມາທ່ອງທ່ຽວ ແຂວງຈໍາປາສັກ ສາມາດນໍາໃຊ້ບໍລິການລົດແທັກຊີ ທີ່ໃຊ້ພະລັງງານໄຟຟ້າ 100%, ດ້ວຍມາດຕະຖານການບໍລິການລະດັບ 5 ດາວ, ຄຸນນະພາບທີ່ໂດດເດັ່ນ, ມີທີມງານຂັບລົດເປັນມືອາຊີບ ແລະ ເຂົ້າເຖິງປະຊາຊົນຄົນທ້ອງຖິ່ນ. ລູກຄ້າສາມາດເອີ້ນຈອງລົດໄດ້ງ່າຍໆຜ່ານແອັບພລິເຄຊັ່ນ Xanh SM Laos, ຂໍ້ມູນກ່ຽວການເດີນທາງ ແລະ ຄ່າໂດຍສານແມ່ນໄດ້ແຈ້ງໃຫ້ລູກຄ້າເຫັນແບບເປີດເຜີຍ ແລະ ໂປ່ງໃສໃນທຸກຖ້ຽວຂອງການເດີນທາງ, ຕິດຕໍ່ສາຍດ່ວນ 021 988 888 ຫຼື ເອີ້ນຈອງລົດທີ່ມີໄຟສັນຍານສີຂຽວເທິງລົດໄດ້ໂດຍກົງຕາມທ້ອງຖະໜົນ. ເພື່ອເປັນການຕ້ອນຮັບການເປີດສາຂາໃໝ່ ພ້ອມກັບຕ້ອນຮັບມື້ສະເຫຼີມສະຫຼອງບຸນປີໃໝ່ລາວທີ່ຈະມາເຖິງນີ້, ແຊັງເອັດສເອັມລາວ […]

ແຂວງສະຫວັນນະເຂດ, ສປປ ລາວ, ວັນທີ01/03/2024 –ພາຍຫຼັງເປີດໃຫ້ບໍລິການຢູ່ສາຂານະຄອນຫຼວງວຽງຈັນ ແລະ ເມືອງທ່ອງທ່ຽວວັງວຽງ, ບໍລິສັດ Xanh SM Laos ໄດ້ຂະຫຍາຍການບໍລິການລົດແທັກຊີໄຟຟ້າຢ່າງເປັນທາງການໃນແຂວງສະຫວັນນະເຂດ.ເຊິ່ງບໍ່ພຽງແຕ່ເປັນຂີດໝາຍບາດກ້າວແຫ່ງການຈະເລີນເຕີບໂຕຂອງເຄື່ອງໝາຍການຄ້າ Xanh SM ເທົ່ານັ້ນ, ແຕ່ຍັງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດຕໍ່ກັບເປົ້າໝາຍຄວາມນິຍົມຂອງລົດໄຟຟ້າ ແລະ ການປົກປັກຮັກສາສິ່ງແວດລ້ອມໃນປະເທດລາວລ້ານຊ້າງອີກດ້ວຍ. ດັ່ງທີ່ກ່າວມານັ້ນ, ແຕ່ວັນທີ 1 ມີນາ 2024, ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວທີ່ມາທ່ອງທ່ຽວແຂວງສະຫວັນນະເຂດ ສາມາດໃຊ້ບໍລິການລົດແທັກຊີທີ່ໃຊ້ພະລັງງານໄຟຟ້າ 100%, ດ້ວຍມາດຕະຖານບໍລິການ 5 ດາວ, ຄຸນນະພາບທີ່ໂດດເດັ່ນ ແລະ ມີທີມງານຂັບລົດເປັນມືອາຊີບ. ລູກຄ້າສາມາດເອີ້ນຈອງລົດໄດ້ງ່າຍໆຜ່ານແອັບ ພລິເຄຊັ່ນ Xanh SM Laos, ຕິດຕໍ່ສາຍດ່ວນ 021 988 888 ຫຼື ເອີ້ນຈອງລົດໄດ້ໂດຍກົງຕາມທ້ອງຖະໜົນ. ຂໍ້ມູນກ່ຽວການເດີນທາງ ແລະ ຄ່າໂດຍສານແມ່ນໄດ້ແຈ້ງໃຫ້ລູກຄ້າເຫັນແບບເປີດເຜີຍ ແລະ ໂປ່ງໃສໃນທຸກຖ້ຽວຂອງການເດີນທາງ. ເພື່ອເປັນການຕ້ອນຮັບການເປີດສາຂາໃໝ່ນີ້, Xanh SM Laos ຈະມີໂປຣໂມຊັ່ນສຸດພິເສດ […]