ການເພີ່ມປະສິດທິພາບ ການບໍລິການແທັກຊີທີ່ຄຸ້ມຄ່າ ແລະ ປອດໄພ: ຫຼັກການສໍາຄັນ ທີ່ລູກຄ້າ
ຄວນພິຈາລະນາຜູ້ເດີນທາງດ້ວຍການໃຊ້ບໍລິການແທັກຊີເປັນປະຈໍາຄວນຄໍານຶງເຖິງຍຸດທະສາດການໃຊ້ບໍລິການແທັກຊີຢ່າງຄຸ້ມຄ່າ ເຊິ່ງຈະຊ່ວຍປະຢັດຄ່າໃຊ້ຈ່າຍໄດ້ຫຼາຍພໍສົມຄວນ. ດ້ວຍໂຄງ ສ້າງດ້ານລາຄາທີ່ບໍ່ຄືກັນຂອງຜູ້ໃຫ້ບໍລິການທີ່ແຕກຕ່າງກັນ, ຜູ້ໃຊ້ບໍລິການຄວນປະເມີນລາຄາໂດຍສານຢ່າງຮອບຄອບ ເພື່ອເລືອກບໍລິສັດແທັກຊີໃຫ້ສອດຄ່ອງກັັບຄວາມຕ້ອງການຂອງຕົນ.
ແທັກຊີແມ່ນຮູບແບບການຄົມມະນາຄົມຂົນສົ່ງໃນຕົວເມືອງທີ່ໄດ້ຮັບຄວາມນິຍົມເນື່ອງຈາກມີຄວາມສະດວກສະບາຍ ແລະ ມີຄວາມຄ່ອງຕົວທີ່ວ່ອງໄວ, ຊ່ວຍຫຼຸດຜ່ອນປັນຫາທີ່ກ່ຽວຂ້ອງກັບການສັນຈອນຕາມທ້ອງຖະໜົນທີ່ແອອັດໄດ້.
ເນື່ອງຈາກຄວາມຫຼາກຫຼາຍທາງການຕະຫຼາດ, ເຮັດໃຫ້ຜູ້ໃຊ້ບໍລິການມີທາງເລືອກທີ່ຫຼາກຫຼາຍ ເຊິ່ງມີຄວາມຈໍາເປັນຕ້ອງໄດ້ປະເມີນປະເພດລົດແທັກຊີ ແລະ ລາຄາໂດຍສານທີ່ກ່ຽວຂ້ອງຢ່າງຮອບຄອບ.
ເພື່ອເພີ່ມປະສິດທິພາບຂອງຄ່າໃຊ້ຈ່າຍ, ລູກຄ້າສາມາດສຶກສາວິທີການໃຊ້ບໍລິການແທັກຊີລາຄາຖືກໄດ້, ການຮັບຮູ້ດ້ານລາຄາ ແລະ ເຄັດລັບການຈອງ ຈິ່ງມີຄວາມສໍາຄັນເປັນຢ່າງຍິ່ງ.

1. ວິທີການທົ່ວໄປໃນການໃຊ້ບໍລິການແທັກຊີລາຄາຖືກ
1.1. ການເລືອກໃຊ້ບໍລິການບໍລິສັດແທັກຊີແບບເກົ່າ
ເພື່ອງ່າຍຕໍ່ການຈື່ຈໍາຍີ່ຫໍ້, ບໍລິສັດແທັກຊີແບບເກົ່າຈິ່ງຈັດສະແດງຄຸນລັກສະນະທີ່ໂດດເດັ່ນ ເຊັ່ນ ສີທີ່ເປັນເອກະລັກ, ການອອກແບບພາຫະນະ ແລະ ເບີໂທສາຍດ່ວນ. ຜູ້ໃຊ້ບໍລິການໄດ້ຮັບການ
ສົ່ງເສີມບໍ່ພຽງແຕ່ຄັດເລືອກບໍລິສັດທີ່ມີຊື່ສຽງເທົ່ານັ້ນ, ແຕ່ຍັງໃຫ້ຄວາມສົນໃຈກ່ຽວກັບປະເພດຂອງພາຫະນະທີ່ນໍາສະເໜີ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍທີ່ເໝາະສົມນໍາອີກ. ໃນການເລືອກພາຫານະທີ່ເໝາະສົມ ບໍ່ວ່າຈະເປັນ 4, 5, ຫຼື 7 ບ່ອນນັ່ງ ຈະຊ່ວຍຫຼີກລ່ຽງຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນສໍາລັບບ່ອນນັ່ງວ່າງໄດ້. ເພື່ອຫຼຸດຜ່ອນການຮຽກເກັບເງິນຄ່າໂດຍສານເກີນຈໍານວນ, ລູກຄ້າຄວນກວດສອບມາດຕາ ວັດໄລຍະທາງຂອງລົດແທັກຊີ ແລະ ຮັບປະກັນຄວາມຖືກຕ້ອງຂອງການອ່ານມາດຕາວັດເບື້ອງຕົ້ນ ກ່ຽວກັບລາຄາທີ່ປະກາດສໍາລັບພາຫະນະແຕ່ລະປະເພດ. ຂໍ້ດີ ແລະ ຂໍ້ເສຍທີ່ຄາດຫວັງຂອງບໍລິການແທັກຊີແບບເກົ່າ ໄດ້ມີການສະຫຼຸບໄວ້ແລ້ວ, ເຊິ່ງຊ່ວຍໃຫ້ຜູ້ໃຊ້ບໍລິການສາມາດຕັດສິນໃຈໄດ້ຢ່າງຊານສະຫຼາດ ໂດຍອີງໃສ່ຄວາມຕ້ອງການດ້ານການຂົນສົ່ງຂອງພວກເຂົາ.
ຂໍ້ດີ:
· ມີຕົວເລືອກທີ່ຫຼາກຫຼາຍຈາກບໍລິສັດແທັກຊີຕ່າງໆ
· ມີລົດແທັກຊີໃຫ້ບໍລິການໃນຫຼາຍສະຖານທີ່
· ມີໂຄງສ້າງລາຄາໂດຍສານທີ່ໂປ່ງໃສ ແລະ ເປີດເຜີຍຕໍ່ສາທາລະນະ
· ຄິດໄລ່ລາຄາໂດຍສານຕາມໄລຍະທາງທີ່ວັດໄດ້
ຂໍ້ເສຍ:
· ຄົນຂັບລົດອາດສວຍໂອກາດເລືອກເສັ້ນທາງທີ່ໄກຂຶ້ນເພື່ອເພີ່ມລາຄາໂດຍສານໃຫ້ສູງຂຶ້ນ
1.2. ການໃຊ້ບໍລິການແທັກຊີທີ່ຂັບເຄື່ອນດ້ວຍເຕັກໂນໂລຢີ
ນອກຈາກການບໍລິການແທັກຊີແບບເກົ່າແລ້ວ, ແທັກຊີທີ່ຂັບເຄື່ອນດ້ວຍເຕັກໂນໂລຢີຍັງໄດ້ຮັບຄວາມນິຍົມໃນກຸ່ມຜູ້ໃຊ້ບໍລິການນໍາອີກ. ບໍລິການເຫຼົ່ານີ້ ຊ່ວຍອໍານວຍຄວາມສະດວກຜ່ານແອັບພລີເຄຊັນເທິງມືຖື ໂດຍເຊື່ອມຕໍ່ເຈົ້າຂອງລົດກັບຜູ້ໂດຍສານເຂົ້າກັນຢ່າງງ່າຍດາຍ. ແທັກຊີທີ່ຂັບເຄື່ອນດ້ວຍເຕັກໂນໂລຢີ ໄດ້ນໍາສະເໜີທາງເລືອກພາຫະນະທີ່ຫຼາກຫຼາຍ ບັບແຕ່ລົດຈັກ ຈົນເຖິງລົດຍົນ ຄ້າຍຄືກັບບໍລິການແທັກຊີແບບເກົ່າ ແລະ ບໍລິການເດີນທາງຮ່ວມກັນ. ເຖິງຈະມີການຄວບຄຸມເພີ່ມຂຶ້ນ, ແຕ່ບໍລິການເຫຼົ່ານີ້ກໍມີຂໍ້ເສຍບາງຢ່າງທີ່ຜູ້ໃຊ້ບໍລິການຄວນພິຈາລະນາ.
ຂໍ້ດີ:
· ລາຄາໂດຍສານທີ່ສົມເຫດສົມຜົນ ແລະ ກໍານົດລາຄາລ່ວງໜ້າ ເພື່ອໃຫ້ລູກຄ້າສາມາດກວດສອບໄດ້
· ຮັບປະກັນດ້ານຄວາມປອດໄພ ພ້ອມລາຍລະອຽດຂໍ້ມູນຄົນຂັບລົດ ແລະ ພາຫະນະ
· ມີປະກັນໄພຄຸ້ມຄອງໂດຍບໍລິສັດແທັກຊີທີ່ຂັບເຄື່ອນດ້ວຍເຕັກໂນໂລຢີ
· ສາມາດຕິດຕາມເສັ້ນທາງ ແລະ ຄົນຂັບທີ່ແບບຣຽວທາມຜ່ານແອັບມືຖື
ຂໍ້ເສຍ:
· ມີຄວາມທ້າທາຍໃນການຂັບຂີ່ລົດໃນຊ່ວງສະພາບອາກາດບໍ່ເອື້ອອໍານວຍ ຫຼື ໃນຊ່ວງຊົ່ວໂມງຈາລາຈອນຕິດຄັດ
· ຄ່າໂດຍສານຈະເພີ່ມຂຶ້ນໃນຊ່ວງສະພາບອາກາດບໍ່ເອື້ອອໍານວຍ ຫຼື ໃນຊ່ວງຊົ່ວໂມງຈາລາຈອນຕິດຄັດ
· ຂໍ້ບົກຜ່ອງທີ່ອາດເກີດຂຶ້ນໃນແອັບພລີເຄຊັນ ຫຼື ອຸປະກອນສ່ວນຕົວ ທີ່ສົ່ງຜົນຕໍ່ປະສົບການການຈອງ
1.3. ເຄັດລັບໃນການປະຕິບັດສໍາລັບການໃຊ້ບໍລິການແທັກຊີລາຄາຖືກກັບ Xanh SM
ເພື່ອເປັນການປະຢັດຄ່າໃຊ້ຈ່າຍໃນການເດີນທາງໃຫ້ຫຼາຍທີ່ສຸດ, ຜູ້ໃຊ້ບໍລິການລົດແທັກຊີຄວນປະຕິບັດຕາມຄໍາແນະນໍາທີ່ເປັນປະໂຫຍດຕໍ່ໄປນີ້:
ເລືອກຊ່ວງນອກເວລາຈາລະຈອນຕິດຄັດ ແລະ ເລືອກເສັ້ນທາງສັນຈອນທີ່ບໍ່ແອອັດ ໂດຍສະເພາະການເດີນທາງໄກ ທັງນີ້ກໍເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍລົງ.
ຄົ້ນຫາ ແລະ ນໍາໃຊ້ສ່ວນຫຼຸດ, ລະຫັດໂປຣໂມຊັນ ຫຼື ບັດໃຊ້ແທນເງິນສົດ ເມື່ອຈອງຜ່ານແອັບພລີເຄຊັນ Xanh SM ລາວ ເພື່ອປັບລາຄາໂດຍສານໃຫ້ເໝາະສົມ.
ສໍາລັບຜູ້ໃຊ້ບໍລິການລົດແທັກຊີທົ່ວໄປ, ໃຫ້ຕິດຕາມໄລຍະທາງທີ່ມິເຕີ ແລະ ຄ່າອ່ານມິເຕີເລີ່ມຕົ້ນຢ່າງໃກ້ຊິດ ເພື່ອຮັບປະກັນວ່າ ການຄິດໄລ່ລາຄາໂດຍສານຖືກຕ້ອງ. ໃນກໍລະນີທີ່ມີຄວາມຄາດເຄື່ອນ, ໃຫ້ລາຍງານບໍລິສັດແທັກຊີຜ່ານສາຍດ່ວນທັນທີ ຫຼື ພິຈາລະນາບໍລິການທາງເລືອກ.
ຈົ່ງລະມັດລະວັງແທັກຊີທີ່ບໍ່ໄດ້ຮັບອະນຸຍາດ ຜ່ານການລະບຸຕົວຊີ້ວັດໃນລັກສະນະທີ່ “ໂກງ” ເຊັ່ນ ບໍ່ມີໃບອະນຸຍາດດໍາເນີນທຸລະກິດແທັກຊີ, ບໍ່ມີສູນກາງສື່ສານ, ມາດຕາວັດໄລຍະທາງຖືກມ້າງອອກ ຫຼື ມີສັນຍານທີ່ໜ້າສົງໄສອື່ນໆ.
ດ້ວຍການນໍາໃຊ້ຍຸດທະສາດການບໍລິການລົດແທັກຊີທີ່ຄຸ້ມຄ່າ ແລະ ຄໍາແນະນໍາທີ່ເປັນປະໂຫຍດເຫຼົ່ານີ້, ຜູ້ໃຊ້ບໍລິການສາມາດປະເມີນຕາຕະລາງລາຄາໂດຍສານສໍາລັບລົດແທັກຊີປະເພດຕ່າງໆ ແລະ ເລືອກບໍລິການທີ່ສອດຄ່ອງຕາມຄວາມຕ້ອງການຂອງຕົນໄດ້ຢ່າງຮອບຄອບ. ບໍລິການແຕ່ລະເພດ ແມ່ນມີທັງຂໍ້ດີ ແລະ ຂໍ້ເສຍສະເພາະໃນໂຕ ເຮັດໃຫ້ຜູ້ໃຊ້ບໍລິການຕ້ອງອາໄສຄວາມລະມັດລະວັງ ເພື່ອຊ່ວຍໃຫ້ໄດ້ຮັບປະສົບການໃນການເດີນທາງທີ່ເພິ່ງພໍໃຈ.

ວັນທີ 9 ພະຈິກ 2024 ຢູ່ທີ່ນະຄອນຫຼວງວຽງຈັນ Xanh SM ( ແຊງ ເອັສເອັມ) ໄດ້ມີການຈັດກິດຈະກໍາ ສະເຫຼີມສະຫຼອງຄົບຮອບ 1 ປີ ໃນການເປິດໃຫ້ບໍລິການຢ່າງເປັນທາງການຂອງ Xanh SM ( ແຊງ ເອັສເອັມ) ຢູ່ປະເທດລາວ. ໃນໂອກາດນີ້ກໍ່ໄດ້ມີໂປຣໂມຊັ່ນພິເສດເພື່ອສົມມະນາຄຸນໃຫ້ແກ່ລູກຄ້າທີ່ໃຊ້ບໍລິການໃນໄລຍະເວລາຜ່ານມາ, ພາຍໃຕ້ຄໍາຂັວນທີ່ວ່າ: “ເດີນທາງດ້ວຍລົດ Xanh (ແຊງ) ເພື່ອສະເຫຼີມສະຫຼອງວັນຄົບຮອບ Xanh (ແຊງ)” ໃນໄລຍະບຸນນະມັດສະການພະທາດຫຼວງວຽງຈັນປີນີ້ມີໂປໂມຊັນສ່ວນຫຼຸດສູງສຸດເຖິງ 30% ແລະ ຂອງຂວັນທີ່ໜ້າສົນໃຈຫຼາຍຢ່າງໃຫ້ແກ່ລູກຄ້າທີ່ເຂົ້າມາຮ່ວມງານ. ນັບຕັ້ງແຕ່ ວັນທີ 10 ພະຈິກ ຫາ 15 ພະຈິກ 2024, ລູກຄ້າທີ່ເຂົ້າຮ່ວມງານບຸນນະມັດສະການພະທາດທາດຫຼວງຈະໄດ້ພົບກັບບູດຂອງ Xanh SM (ແຊງ ເອັສເອັມ) ເຊິ່ງໃນງານກໍ່ຈະໄດ້ພົບກັບຫຼາກຫຼາຍກິດຈະກໍາເຊັ່ນ: ທຸກທ່ານສາມາດດາວໂຫຼດແອັບ Xanh SM (ແຊງ ເອັສເອັມ) ແລະ ລົງທະບຽນແອັບ ຢູ່ບູດຂອງ […]

ບັດແຊັງອີເລັກໂທຣນິກ (“Xanh – eCard”) ແມ່ນວິທີຊຳລະເງິນທີ່ສະດວກ ແລະ ປະຫຍັດສຳລັບລູກຄ້າເໃຊ້ບໍລິການຈອງລົດ ຂອງ Xanh SM. ລູກຄ້າສາມາດໃຊ້ບໍລິການໄດ້ຢ່າງປອດໄພດ້ວຍວິທີຊຳລະພິເສດທີ່ມີພຽງແຕ່ໃຊ້ບັດ Xanh – eCard ເທົ່ານັ້ນ. ບັດແຊັງອີເລັກໂທຣນິກ, ເຊິ່ງເອີ້ນກັນວ່າ “Xanh – eCard” ແມ່ນບັດອອນໄລນ໌ຂອງ Xanh SM ທີ່ສາມາດຕື່ນເງິນລ່ວງຫນ້າ ຫຼື ຕື່ມເງິນຈາກບັດ Gift Card ທີ່ສາມາດນໍາໃຊ້ເພື່ອຊຳລະຄ່າບໍລິການທີ່ສະຫນອງໃຫ້ໂດຍ Xanh SM ເທົ່ານັ້ນ. ບັດແຊັງເອເລັກໂຕຼນິກແມ່ນໃຊ້ໄດ້ສະເພາະໃນແຂວງ, ເມືອງຂອງປະເທດລາວທີ່ມີບໍລິການຂອງ Xanh SM ເທົ່ານັ້ນ ແລະ ບໍ່ໄດ້ລວມເອົາບັນດາແຂວງ, ເມືອງທີ່ດຳເນີນໂດຍພາກສ່ວນທີສາມ. 1. ຕື່ມເງິນໃສ່ບັດແຊັງເອເລັກໂຕຣນິກ: 2. ແລກຄະແນນຈາກບັດຂອງຂວັນແຊັງ (Xanh Gift Card) 3. ເພື່ອການນຳໃຊ້ບັດແຊັງເອເລັກໂຕຣນິກ, ກະລຸນາເຮັດຕາມຂັ້ນຕອນຕໍ່ໄປນີ້: 4. ທ່ານຈະຖືກຫັກເງິນຖ້າສໍາເລັດຖ້ຽວໄປ. ໃນກໍລະນີທີ່ຖ້ຽວໄປຖືກຍົກເລີກ, ທ່ານຈະໄດ້ຄືນເງິນໂດຍອັດຕະໂນມັດ. Xanh […]

ແຂວງຈໍາປາສັກ, ສປປ ລາວ, ວັນທີ 05/04/2024 – ຕໍ່ດ້ວຍຜົນສໍາເລັດດ້ານການບໍລິການລົດແທັກຊິໄຟຟ້າຢູ່ນະຄອນຫຼວງວຽງຈັນ, ເມືອງທ່ອງທ່ຽວວັງວຽງ ແລະ ແຂວງສະຫວັນນະເຂດ, ແຊັງເອັດສເອັມ ໄດ້ເປີດບໍລິການລົດແທັກຊີໄຟຟ້າຢູ່ ແຂວງຈໍາປາສັກ ຢ່າງເປັນທາງການ. ການລົງໄປພາກໃຕ້ໃນຄັ້ງນີ້ ຍັງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດ ຕໍ່ກັບເປົ້າໝາຍຄວາມນິຍົມຂອງລົດໄຟຟ້າ ແລະ ການປົກປັກຮັກສາສິ່ງແວດລ້ອມໃນດິນແດນລາວລ້ານຊ້າງອີກດ້ວຍ. ຕັ້ງແຕ່ວັນທີ 5 ເມສາ 2024, ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວທີ່ມາທ່ອງທ່ຽວ ແຂວງຈໍາປາສັກ ສາມາດນໍາໃຊ້ບໍລິການລົດແທັກຊີ ທີ່ໃຊ້ພະລັງງານໄຟຟ້າ 100%, ດ້ວຍມາດຕະຖານການບໍລິການລະດັບ 5 ດາວ, ຄຸນນະພາບທີ່ໂດດເດັ່ນ, ມີທີມງານຂັບລົດເປັນມືອາຊີບ ແລະ ເຂົ້າເຖິງປະຊາຊົນຄົນທ້ອງຖິ່ນ. ລູກຄ້າສາມາດເອີ້ນຈອງລົດໄດ້ງ່າຍໆຜ່ານແອັບພລິເຄຊັ່ນ Xanh SM Laos, ຂໍ້ມູນກ່ຽວການເດີນທາງ ແລະ ຄ່າໂດຍສານແມ່ນໄດ້ແຈ້ງໃຫ້ລູກຄ້າເຫັນແບບເປີດເຜີຍ ແລະ ໂປ່ງໃສໃນທຸກຖ້ຽວຂອງການເດີນທາງ, ຕິດຕໍ່ສາຍດ່ວນ 021 988 888 ຫຼື ເອີ້ນຈອງລົດທີ່ມີໄຟສັນຍານສີຂຽວເທິງລົດໄດ້ໂດຍກົງຕາມທ້ອງຖະໜົນ. ເພື່ອເປັນການຕ້ອນຮັບການເປີດສາຂາໃໝ່ ພ້ອມກັບຕ້ອນຮັບມື້ສະເຫຼີມສະຫຼອງບຸນປີໃໝ່ລາວທີ່ຈະມາເຖິງນີ້, ແຊັງເອັດສເອັມລາວ […]

ແຂວງສະຫວັນນະເຂດ, ສປປ ລາວ, ວັນທີ01/03/2024 –ພາຍຫຼັງເປີດໃຫ້ບໍລິການຢູ່ສາຂານະຄອນຫຼວງວຽງຈັນ ແລະ ເມືອງທ່ອງທ່ຽວວັງວຽງ, ບໍລິສັດ Xanh SM Laos ໄດ້ຂະຫຍາຍການບໍລິການລົດແທັກຊີໄຟຟ້າຢ່າງເປັນທາງການໃນແຂວງສະຫວັນນະເຂດ.ເຊິ່ງບໍ່ພຽງແຕ່ເປັນຂີດໝາຍບາດກ້າວແຫ່ງການຈະເລີນເຕີບໂຕຂອງເຄື່ອງໝາຍການຄ້າ Xanh SM ເທົ່ານັ້ນ, ແຕ່ຍັງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດຕໍ່ກັບເປົ້າໝາຍຄວາມນິຍົມຂອງລົດໄຟຟ້າ ແລະ ການປົກປັກຮັກສາສິ່ງແວດລ້ອມໃນປະເທດລາວລ້ານຊ້າງອີກດ້ວຍ. ດັ່ງທີ່ກ່າວມານັ້ນ, ແຕ່ວັນທີ 1 ມີນາ 2024, ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວທີ່ມາທ່ອງທ່ຽວແຂວງສະຫວັນນະເຂດ ສາມາດໃຊ້ບໍລິການລົດແທັກຊີທີ່ໃຊ້ພະລັງງານໄຟຟ້າ 100%, ດ້ວຍມາດຕະຖານບໍລິການ 5 ດາວ, ຄຸນນະພາບທີ່ໂດດເດັ່ນ ແລະ ມີທີມງານຂັບລົດເປັນມືອາຊີບ. ລູກຄ້າສາມາດເອີ້ນຈອງລົດໄດ້ງ່າຍໆຜ່ານແອັບ ພລິເຄຊັ່ນ Xanh SM Laos, ຕິດຕໍ່ສາຍດ່ວນ 021 988 888 ຫຼື ເອີ້ນຈອງລົດໄດ້ໂດຍກົງຕາມທ້ອງຖະໜົນ. ຂໍ້ມູນກ່ຽວການເດີນທາງ ແລະ ຄ່າໂດຍສານແມ່ນໄດ້ແຈ້ງໃຫ້ລູກຄ້າເຫັນແບບເປີດເຜີຍ ແລະ ໂປ່ງໃສໃນທຸກຖ້ຽວຂອງການເດີນທາງ. ເພື່ອເປັນການຕ້ອນຮັບການເປີດສາຂາໃໝ່ນີ້, Xanh SM Laos ຈະມີໂປຣໂມຊັ່ນສຸດພິເສດ […]